ຍິນດີຕ້ອນຮັບທ່ານເຂົ້າສູ່ ກົມຄຸ້ມຄອງ ແລະ ການພັດທະນາທີດິນກະສິກຳ
ພາລະບົດບາດ, ໜ້າທີ່, ຂອບເຂດສິດ,ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການ
ເຄື່ອນໄຫວຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນການຄຸ້ມຄອງລັດດ້ານການສຳຫຼວດຈັດສັນທີ່ດິນກະສິກຳ,ແບ່ງເຂດການຜະລິດ ແລະ
ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳເພື່ອແນ່ໃສຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກກົດໝາຍຂອງລັດ ແລະ ລະບຽບການກ່ຽວກັບວຽກການ
ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນຂອບເຂດທົ່ວປະເທດ. ດາວໂຫລດເອກະສານ >>>
ພາບລວມຂອງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ສ້າງຕັ້ງຂື້ນໃນປີ 2012, ເພື່ອຈຸດປະສົງແນ່ໃສ່ຈັດຕັ້ງປະຄິບັດແນວທາງ, ນະໂຍບາຍຂອງພັກ, ກົດ
ໝາຍຂອງລັດ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນຂອບເຂດທົ່ວປະເທດໃຫ້ໄປຕາມທິດທີ່ຢືນຍົງ
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ ” ຄພດກ ” ແມ່ນອົງການຈັດຕັ້ງໜື່ງສັງກັດໃນກົງຈັກການຈັດຕັ້ງ
ຂອງກະຊວງກະສິກຳ ແລະ ປ່າໄມ້
ໂຄງປະກອບການຈັດຕັ້ງ
ກົງຈັກການຈັດຕັ້ງຂອງກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ປະກອບມີບັນດາພະແນກ ແລະ ສູນວິຊາການຢູ່ຂັ້ນສູນກາງ; ນອກນັ້ນ,
ຍັງມີຂະແໜງຂັ້ນແຂວງ ແລະ ໜ່ວຍງານຂັ້ນເມືອງທີ່ເປັນສາຍ ຕັ້ງທາງວິຊາການຂັ້ນທ້ອງຖີ່ນ,ດັ່ງລາຍລະອຽດມີຄື:
I. ພະແນກ
- ພະແນກບໍລິຫານ (ບລຫ)
- ພະແນກແຜນການ ແລະ ຮ່ວມມື (ຜກຮ)
- ພະແນກຄຸ້ມຄອງທີ່ດິນກະສິກຳ (ຄດກ)
II. ສູນວິຊາການ
- ສູນສຳຫລວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ (ສດກ)
- ສູນອະນຸລັກ ແລະ ພັດທະນາທີ່ດິນກະສິກຳ (ອພດ)
III. ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳປະຈຳແຂວງ ແລະ ນະຄອນຫລວງ (ຄພດຂ) ລວມທັງໝົດ 17 ແຂວງ ແລະ 1 ນະຄອນຫລວງ
IV. ໜ່ວຍງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳປະຈຳເມືອງລວມທັງໝົດ 150 ເມືອງ
ພາລະບົດບາດ
ພາລະບົດບາດ, ໜ້າທີ່, ຂອບເຂດສິດ,ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການ
ເຄື່ອນໄຫວຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນການຄຸ້ມຄອງລັດດ້ານການສຳຫຼວດຈັດສັນທີ່ດິນກະສິກຳ,ແບ່ງເຂດການຜະລິດ ແລະ
ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳເພື່ອແນ່ໃສຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກກົດໝາຍຂອງລັດ ແລະ ລະບຽບການກ່ຽວກັບວຽກການ
ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນຂອບເຂດທົ່ວປະເທດ. ດາວໂຫລດເອກະສານ >>>
ໜ້າທີ່ຮັບຜິດຊອບ
- ຄົ້ນຄວ້ານຳສະເໜີຮ່າງນິຕິກຳ ແລະ ລະບຽບການຕ່າງໆ ກ່ຽວກັບຂະແໜງການຂອງຕົນ, ເພື່ອເປັນເຄື່ອງມືຄຸ້ມຄອງນຳໃຊ້, ການປົກປັກຮັກສາ, ການພັດທະນາ, ຈັດຕັ້ງການເຜີຍແຜ່ໂຄສະນາ ແລະ ຕິດຕາມກວດກາການນຳໃຊ້ທີ່ດິນກະສິກຳໃຫ້ມີປະສິດທິຜົນສູງ;
- ດຳເນີນການສຳຫລວດ, ຈັດສັນ, ກຳນົດແບ່ງເຂດທີ່ດິນກະສິກຳ, ພ້ອມທັງຄົ້ນຄວ້ານຳສະເໜີຂື້ນທະບຽນທີ່ດິນດັ່ງກ່າວ,ໂດຍມີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄຸ້ມຄອງການນຳໃຊ້ຢ່າງຖືກຕ້ອງ ແລະ ແທດເໝາະກັບເງື່ອນໄຂຕົວຈິງ;
- ສຶກສາຄົ້ນຄວ້າ ແລະ ດຳເນີນການແບ່ງເຂດ ແລະ ຈັດປະເພດທີ່ດິນກະສິກຳ, ປົກປັກຮັກສາ, ຄຸ້ມຄອງການນຳໃຊ້ ແລະ ພັດທະນາທີ່ດິນກະສິກຳ ແບບຢືນຢົງຕາມທ່າແຮງຂອງແຕ່ລະທ້ອງຖີ່ນ;
- ຄົ້ນຄວ້າ, ປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ ແລະ ພາກສ່ວນກ່ຽວຂ້ອງດຳເນີນການສຳຫລວດ, ຈັດສັນ ແລະ ມອບທີ່ດິນກະສິກຳ ໃຫ້ກຸ່ມການຜະລິດ, ຜູ້ປະກອບການ ແລະ ຄອບຄົວຊາວກະສິ ກອນເປັນຜູ້ຄຸ້ມ ຄອງ ແລະ ນຳໃຊ້ເຂົ້າໃນການຜະລິດ, ໂດຍມີການສ້າງສຳມະໂນ ທີ່ດິນກະສິກຳ ເພື່ອເປົ້າໝາຍໃນການອອກ ໃບຢັ້ງຢືນທີ່ດິນກະສິກຳ;
- ປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ການຫັນປ່ຽນເປົ້າ ໝາຍ ນຳໃຊ້ທີ່ດິນກະສິກຳຕາມລະບຽບກົດໝາຍ;
- ຄົ້ນຄວ້າ, ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທົບທວນບົດວິພາກເສດຖະກິດ, ປະເມີນຜົນກະທົບ ທີອາດຈະເກີດຂື້ນຈາກການສະເໜີລົງທຶນ, ເຊົ່າ ຫລື ສຳປະທານທີ່ດິນກະສິກຳ ກ່ອນການນຳສະເໜີຂັ້ນເທີງ ຕົກລົງອະນຸມັດ, ພ້ອມທັງ ຕິດຕາມກວດກາການນຳໃຊ້ທີ່ດິນຂອງນັກລົງທຶນ ແລະ ຜູ້ປະກອບການ ໃຫ້ຖືກ ຕ້ອງຕາມສັນຍາ ແລະ ກົດໝາຍ;
- ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ສຶກສາຄົ້ນຄວ້າວິທີການ ແລະ ສະເໜີຮູບແບບໃນການບູລະນະ ແລະ ປັບປຸງ, ການພັດທະນາທີ່ດິນກະສິກຳ ຕາມເງື່ອນໄຂຕົວຈິງ ເພື່ອຮັບໃຊ້ການຜະລິດກະສິກຳຕາມທິດຫັນເປັນກະສິກຳສະອາດ, ອຸດສາຫະກຳ ແລະ ທັນສະໄໝ, ຮັກສາໄດ້ ສະພາບແວດລ້ອມ;
- ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ສາທິດ ແລະ ຖ່າຍທອດ ເຕັກນິກ – ເທັກໂນໂລຊີທີ່ເໝາະສົມເຂົ້າ ໃນການນຳໃຊ້ທີ່ດິນກະສິກຳ, ການນຳໃຊ້ຝຸ່ນ ແລະ ປັບປຸງດິນກະສິກຳປະເພດຕ່າງໆ ໃຫ້ເກີດປະໂຫຍດສູງສຸດ ຕາມເງື່ອນໄຂແຕ່ລະທ້ອງຖີ່ນ;
- ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການວິໄຈດິນ ແລະ ປັດໃຈການຜະລິດອື່ນໆ ເພື່ອເປັນຂໍ້ມູນໃນການວາງແຜນນຳໃຊ້ທີ່ດິນ ແລະ ປັບປຸງຄຸນນະພາບດິນ ໃນການຜະລິດກະສິກຳໃຫ້ເກີດປະ ໂຫຍດສູງສຸດ;
- ກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານຂັ້ນແຂວງ, ເມືອງ, ບ້ານ ແລະ ປະຊາຊົນຜູ້ເຮັດການຜະລິດ ເພື່ອສ້າງຄວາມ ເຂັ້ມແຂງ ແລະ ຍົກລະດັບການຄຸ້ມຄອງ, ນຳໃຊ້ ແລະ ພັດທະນາທີ່ດິນກະສິກຳໃຫ້ມີປະສິດທີ່ຜົນ; ພ້ອມທັງສ້າງ ໃຫ້ໄດ້ ໝໍດິນອາສາສະໝັກຂັ້ນເມືອງ ແລະ ກຸ້ມບ້ານ ເພື່ອເຮັດໜ້າທີ່ບໍລິການໃນເຂດການຜະລິດໃຫ້ປະຊາ ຊົນ ແລະ ຜູ້ປະກອບການ ຢ່າຖືກຕ້ອງ ແລະ ທັນເວລາ;
- ສັງລວມ, ຄຸ້ມຄອງ, ສະໜອງ, ບໍລິການຂໍ້ມູນຂ່າວສານກ່ຽວກັບທີ່ດິນ, ສ້າງປື້ມຄູ່ມື ແລະ ໂຄສະນາເຜີຍແຜ່ຂໍ້ ມູນຂ່າວສານ ທີ່ກ່ຽວຂ້ອງກັບວຽກຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃຫ້ແກ່ສັງຄົມ;
- ພົວພັນ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ເພື່ອຍາດແຍ່ງເອົາການຊ່ວຍ ເຫລືອ ທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເພື່ອຈັດຕັ້ງປະຕິບັດບັນດາ ແຜນງານ, ແຜນການ ແລະ ໂຄງການໃນຂົງເຂດວຽກງານຂອງຕົນ;