ເພື່ອເປັນການຕິດຕາມ – ກວດກາປະເມີນຄຸນນະພາບ
ຂອງດິນເຂດຊົນລະປະທານ ແຂວງ ຄຳມ່ວນ, ໃນລະຫວ່າງ
ວັນທີ 5-9 ມັງກອນ 2017, ທ່ານ ໂອລົດ ແສງຕາເຮືອງຮຸ່ງ,
ຫົວໜ້າສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ,
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ ພູວຽງ,
ຮອງຫົວໜ້າຂະແຫນງ ຄຸ້ມຄອງທີ່ດິນກະສິກຳ, ພະແນກກະສິກຳ
ແລະ ປ່າໄມ້ແຂວງຄຳມ່ວນ ພ້ອມດ້ວຍ ພະນັກງານວິຊາການ 3 ທ່ານຈາກສູນສຳຫລວດ
ແລະ ວາງແຜນນຳໃຊ້ທີ່ດິນກະສິກຳໄດ້ລົງສຳຫລວດ ແລະປະເມີນ ຄຸນນະພາບດິນ ນາເຂດ
ຊົນລະ ປະທານຢູ່ເມືອງຍົມມະລາດ(ໂຄງການປະຕູ3), ເມືອງເຊບັ້ງໄຟ(ໂຄງການວັງວຽງຜີ),
ເມືອງຫນອງບົກ ແລະ ເມືອງທ່າແຂກ .ການລົງຕິດຕາມໃນຄັ້ງນີ້ແມ່ນເພື່ອ ກວດກາຄືນ
ຕົວເລກ ຜົນວິໄຈດິນກ່ຽວ ກັບຄວາມອຸດົມສົມບູນຂອງດິນ ທີ່ໄກ້ມາຈາກຫ້ອງທົດລອງເພື່ອສົມທຽບ
ຕີລາຄາຕົວຈິງໃນພາກສະຫນາມ.
ຜ່ານການກວດກາຕີລາຄາໃນພາກສະຫນາມເຫັນວ່າຕົວເລກຜົນວິໃຈກ່ຽວກັບທາດອາຫານພືດໃນດິນທີ່ໄດ້ມາຈາກ
ຫ້ອງທົດລອງແມ່ນໃກ້ຄຽງກັບການຕີລາຄາຢູ່ໃນພາກສະຫນາມ.ສ່ວນຫລາຍ ປະລິມານ ທາດອິນຊີວັດຖຸໃນດິນແມ່ນ
ຢູ່ລະດັບຕໍ່າ ຫາ ປານກາງ ແມ່ນດິນມີປະຕິກິລິຍາເປັນກົດ,ເນື້ອດິນສ່ວນໃຫຍ່ເປັນດິນຕົມແກມຊາຍ, ຊັ້ນດິນເລິກ,
ຊັ້ນຫນ້າດິນມີການເຊີລ້າງ ແລະມີການສະສົມແຮ່ດິນຫນຽວຢູ່ຊັ້ນລຸ່ມ
ຂໍ້ມູນເພີ່ມເຕີມຕິດຕໍ່
ສູນສຳຫລວດ ແລະ ວາງແຜນທີ່ດິນກະສິກຳ
ເບີໂທ: 021 770075
Leave a Reply