ໃນວັນທີ່ 14/06/2016 ຢູ່ທີ່ຫ້ອງປະຊຸມຂອງພະແນກສະຫວັດດີການສັງຄົມ ແຂວງ ຫຼວງນ້ຳທາ ໄດ້ຈັດການຝືກອົບຮົມ ກ່ຽວກັບວຽກງານຈັດສັນທີ່ດິນ ແລະ ການຄຸ້ມຄອງທີ່ດິນກຳສິກຳແບບມີສ່ວນຮ່ວມຢູ່ທີ່ຫ້ອງປະຊຸມຂອງພະແນກສະຫວັດດີການສັງຄົມແຂວງ ຫຼວງນ້ຳທາ ຈັດຂື້ນໂດຍ ກົມຄຸ້ມຄອງພັດທະນາທີ່ດິນກະສິກຳ(ກະຊວງກະສິກຳ ແລະ ປ່າໄມ້) ຮ່ວມກັບ ກົມຈັດສັນ ແລະ ພັດທະນາທີ່ດິນ(ກະຊວງຊັບພະຍາກອນ ແລະ ທຳມະຊາດ) ສະໜັບສະໜູນດ້ານງົບປະມານ ແລະ ວິຊາການໂດຍ: ແຜນງານຮ່ວມມືລາວເຢຍລະມັນ(GIZ) ແຜນງານ
ຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ(LMDP) ໃນພິທີເປີດການຝຶກອົບຮົມ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນຫິງ ບຸດສະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ເຈີ ສັນຕິສຸກ ຮອງຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້; ພ້ອມດ້ວຍທີມງານຄູຝຶກຝຶກອົບຮົມທີ່ມາຈາກສູນກາງມີ 12 ທ່ານຄື: ຈາກໂຄງການ GIZ 3 ທ່ານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 4 ທ່ານ, ກະຊວງກະສິກໍາແລະ ປ່າໄມ້ 5 ທ່ານ ແລະ ພ້ອມກັນນັ້ນຍັງມີ
ທິມງານນັກສຳມະນາກອນຈຳນວນ 15 ທ່ານ ທີ່ເປັນ ພະນັກງານຈາກສອງເມືອງເປົ້າໝາຍຄືເມືອງ ສິງ ແລະ ເມືອງ ລອງ 12 ທ່ານ (ຜູ້ທີ່ຮັບຜິດຊອບວຽກງານຈັດສັນທີ່ດິນ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງລະ 3 ທ່ານ, ຜູ້ທີ່ຮັບຜິດຊອບວຽກງານຈັດສັນທີ່ດິນກະສິກຳ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລະ 3 ທ່ານ), ຜູ້ປະສານງານໂຄງການ
ຂັ້ນແຂວງ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ທ່ານ, ພະແນກກະສິກຳແລະປ່າໄມ້ 1 ທ່ານ ລວມທັງໝົດ 27 ທ່ານການຝືກອົບຮົມ ກ່ຽວກັບວຽກງານຈັດສັນທີ່ດິນ ແລະ ການຄຸ້ມຄອງທີ່ດິນກຳສິກຳແບບມີສ່ວນຮ່ວມແມ່ນ
ໄດ້ດຳເນີນເປັນເວລາ 20 ວັນ ໂດຍແບ່ງສອງພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ
- ພາກທິດສະດີແມ່ນເລີ່ມແຕ່ ວັນທີ່ 14-19/06/2016 ຢູ່ທີ່ເມືອງນໍ້າທາ ໃນການຝຶກອົບຮົມພາກທິດສະດີ ແມ່ນເພື່ອພັດທະນາຮູບແບບ, ວິທີການ ແລະ ການນຳໃຊ້ເຄື່ອງມືອຸປະກອນ ເຂົ້າໃນວຽກງານຈັດສັນທີ່ດິນ ແລະ ການຄຸ້ມຄອງທີ່ດິນແບບມີສ່ວນຮ່ວມ ເພື່ອໃຫ້ກາຍເປັນປື້ມຄູ່ມື ທີ່ສາມາດນຳໃຊ້ໄດ້ໃນຂອບເຂດທົ່ວປະເທດ. ຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິທີການ ແລະ ເຕັກນິກວິຊາການ ຂອງວຽກງານການຈັດສັນ ແລະ ວາງແຜນການຄຸ້ມຄອງທີ່ດິນກະສິກຳ ໃຫ້ພະນັກງານເມືອງ, ພະນັກງານແຂວງ ແລະ ເພື່ອຮັບປະກັນວ່າວຽກງານການຈັດສັນທີ່ດິນ ແລະ ການວາງແຜນຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ ທີສະນັບສະໜູນໂດຍແຜນງານຄຸ້ມຄອງ ແລະ ການວາງແຜນການແບບມີສ່ວນຮ່ວມGIZ-LMDP ໄດ້ຖືກຈັດຕັ້ງປະຕິບັດ.
- ພາກປະຕິບັດຕົວຈິງການຈັດສັນທີ່ດິນ ແລະ ວາງແຜນການຄຸ້ມຄອງທີ່ດິນແບບມີສ່ວນຮ່ວມໃນຂັ້ນບ້ານນັບແຕ່ທີ່ 21/6 -04/07/2016 ແມ່ນໄດ້ຈັດຕັ້ງປະຕິບັດຢູ່ບ້ານສຸກສາລາ, ເມືອງລອງ ແລະ ວັນທີ່ 7/7 – 20/7/2016 ແມ່ນໄດ້ຈັດຕັ້ງປະຕິບັດຢູ່ບ້ານປຸ່ງກອກ, ກຸ່ມບ້ານອຸດົມສິນ, ເມືອງສິງ ໃນພາກປະຕິບັດຕົວຈິງ ແມ່ນ ເພື່ອອະທິບາຍ, ປູກຈິດສຳນຶກ ໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຕໍ່ກັບວຽກງານການຈັດສັນທີ່ດິນ ແລະ ການວາງແຜນການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ. ອະທິບາຍດ້ານສິດ, ໜ້າທີ, ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ນາຍບ້ານ ອົງການຈັດຕັ້ງບ້ານ ແລະ ຊາວບ້ານ ໃຫ້ເຂົ້າມາມີສ່ວນຮ່ວມໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ແລະ ເພື່ອກຳນົດໄດ້ແຜນຈັດສັນ ແລະ ພັດທະນາທີ່ດິນ ໄປຄ່ຽງຄູ່ກັບການສ້າງແຜນການຄຸ້ມຄອງທີ່ດິນກະສິກຳຂອງບ້ານ.
ຜ່ານການຝຶກອົບຮົມຄັ້ງນີ້ ທາງທິມງານຄູຝືກກໍ່ໄດ້ມີຄວາມຈິງໃຈ ຖ່າຍທອດບົດຮຽນໃຫ້ນັກສຳມະນາ ກອນຢ່າງເຕັມທີ່ ບົດຮຽນ ແຕ່ລະຫົວຂໍ້ໄດ້ມີການສົນທະນາຍົກຕົວຢ່າງ ແລະ ທົດລອງຕົວຈິງ ເຮັດໃຫ້ນັກສຳມະນາກອນເຂົ້າໃຈ ແລະ ຮັບຮູ້ ບົດຮຽນ ແລະ ວິທິການ ການເກັບກຳຂໍ້ມູນຕ່າງໆ, ການກຳນົດເຂດຄຸ້ມຄອງລະຫວ່າງບ້ານ, ການນຳໃຊ້ ໂປແກມ GIS ໃນການແຕ້ມແຜ່ນທີ່ ແລະ ການນຳໃຊ້ GPS ເຄື່ອງມືສຳຫຼວດຈຸດທີ່ຕັ້ງສະຖານທີ່ ຂອບເຂດຕ່າງໆ, ການວາງແຜນຄຸ້ມຄອງ ພັດທະນາທີ່ດິນກະສິກຳ , ດ້ານການເງິນ ແລະ ວິທີສ້າງສັນຍາດ້ານການເງິນ ,ການກຳນົດປະເພດການນຳໃຊ້ທີ່ດິນເພື່ອຈັດສັນຕາມ 8 ປະເພດການນຳໃຊ້ທີ່ດິນ ອິງຕາມເງື່ອນໄຂ ສະພາບພື້ນທີ່ຂອງບ້ານ, ການນຳໃຊ້ເຄື່ອງມືວິໄຈດິນ, ຄິດໄລ່ອັດຕາຝຸ່ນ ແລະ ການວາງແຜນຄຸ້ມຄອງທີ່ດິນກະສິກຳ, ການກຳນົດປະເພດການນຳໃຊ້ທີ່ດິນເພື່ອຈັດສັນຕາມ 8 ປະເພດການນຳໃຊ້ທີ່ດິນ ອິງຕາມເງື່ອນໄຂ ສະພາບພື້ນທີ່ຂອງບ້ານແລະ ການນຳໃຊ້ເຄື່ອງມືວິໄຈດິນ, ຄິດໄລ່ອັດຕາຝຸ່ນ ສຳເລັດສັນຍາດ້ານການເງິນເພື່ອປະຕິບັດກິດຈະກຳ 3 ບ້ານເມືອງລອງ
Leave a Reply