ຕອນເຊົ້າຂອງວັນທີ 13 ກໍລະກົດ 2016 ທີ່ຜ່ານມາ, ໂຄງການເຄືອຂໍ້ມູນຂ່າວສານການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ (Rights-LINK II) ພາຍໃຕ້ອົງ
ການບ້ານຈຸດສຸມສາກົນ (VFI) ຮ່ວມກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALaM) ໄດ້ຈັດພິທີເປີດນຳໃຊ້ຫ້ອງຂໍ້ມູນຂ່າວສານທີ່ດິນກະສິກຳຂື້ນ
ເປັນແຫ່ງທີ່ ສາມ ຂື້ນທີ່ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ແຂວງ ຫລວງນຳ້ທາຢ່າງເປັນທາງການໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ
ເຈີສັນຕິສຸກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫລວງນຳ້ທາ; ທ່ານ ບັນດິດ
ຣາມາງກູນ ຮອງຫົວໜ້າກົມຄຸ້ມຄອງແລະພັດທະນາທີ່ດິນກະສິກຳ ແລະ ທ່ານ ອາວາກາດ ຜາສຸ້ຍໄຊງາມ,ຜູ້ປະສານງານໂຄງການເຄືອຂໍ້ມູນຂ່າວສານການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ (Rights-LINK II) ແຂວງຫລວງນໍ້າທາ ຊື່ງມີຜູ້ເຂົ້າຮ່ວມທີ່ມາ
ຈາກຫລາຍພາກສ່ວນຄື: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ;ຂະແໜງ ຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ ແຂວງ ຫລວງນໍ້າທາ; ພະແນກຍຸດຕິທຳ ແຂວງຫລວງນໍ້າທາ;ພະແນກແຜນການ ແລະ ການລົງທຶນ; ພະແນກອຸດສາຫະກຳ-ການຄ້າ; ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ; ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ; ຫ້ອງການສະຫະພັນ
ແມ່ຍີງເມືອງ; ໂຮງຮຽນເຕັກນິກວິຊາຊີບ ແຂວງຫລວງນໍ້າທາ ແລະອີກຫລາຍພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງຂັ້ນແຂວງ ແລະຈາກຂັ້ນເມືອງ ຊື່ງມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານຊຶ່ງຫ້ອງຂໍ້ມູນດັ່ງກ່າວແມ່ນຮວບຮວມຂໍ້ມູນຕ່າງໆ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ ເພື່ອຕອບສະໜອງໃຫ້ກັບທຸກພາກສ່ວນທັງພາກລັດ, ພາກເອກະຊົນ, ພາກປະຊາສັງຄົມ, ສະຖາບັນການສຶກສາ ແລະ ບຸກຄົນທົ່ວໄປໄດ້ຮັບຮູ້ ແລະ ເຂົ້າມານຳໃຊ້ຂໍ້ມູນທີ່ຢູ່ຫ້ອງຂໍ້ມູນນັ້ນຢ່າງເປັນປະຈໍາໃນນັ້ນຜູ້ເຂົ້າຮ່ວມໄດ້ມີຄວາມສົນໃຈ ໂດຍການສະແດງຄຳຄິດເຫັນ ແລະ ສົນທະນາຖາມຕອບ ທາງດ້ານຂໍ້ມູນທີ່ຕອບສະໜອງຢູ່ພາຍໃນຫ້ອງຂໍ້ມູນເພື່ອຈະໄດ້ ແລກປ່ຽນຂໍ້ມູນຮ່ວມກັນໃນອານາຄົດ.
Leave a Reply