ແຂວງບໍລິຄໍາໄຊໄດ້ອໍານວຍດ້ານການລົງທືນໂດຍກົນໄກຜ່ານລະບົບ ປະຕູດຽວບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.ເຊິ່ງເຂດຄວາມ
ຮັບຜິດຊອບ ການອະນຸຍາດການລົງທືນແຂວງສາມາດອອກອະນຸຍາດ 5 ລ້ານໂດລ່າລົງມາ ສ່ວນມູນຄ່າ 5 ລ້ານໂດລາສະຫະລັດ ຂື້ນໄປແມ່ນເຂດ
ອະນຸຍາດຂອງ ຄລກສູນກາງ. ຜູ້ລົງທືນສາມາດລົງທືນໄດ້ໃນທຸກຂະແໜງ
ການເຊັ່ນ:ດ້ານອຸດສາຫະກໍາ, ກະສິກໍາ, ຄົມມະນາຄົມຂົນສົ່ງ, ກໍ່ສ້າງ, ທ່ອງ ທ່ຽວ ແລະ ການບໍລິການອື່ນໆ. ຮູບການລົງທືນຜູ້ລົງທືນສາມາດລົງທືນໄດ້ 3 ຮູບການຄື: ການລົງທືນຝ່າຍດຽວຂອງຜູ້ລົງທືນພາຍໃນ ຫຼື ຕ່າງປະເທດ.
ການລົງທືນແບບຮຸ້ນສ່ວນ ລະຫວ່າງ ຜູ້ລົງທືນພາຍ ໃນກັບ ຕ່າງປະເທດ. ການລົງທືນທຸລະກິດຮ່ວມຕາມສັນຍາ.
+ ຜົນປະໂຫຍດທີ່ຜູ້ລົງທືນຈະໄດ້ຮັບ
– ຈະໄດ້ຮັບການປົກປ້ອງຈາກລັດຕາມລະບຽບກົດໝາຍ.
– ເປັນເຈົ້າກໍາມະສິດຕໍ່ວັດຖຸ-ຊັບສິນ ຜົນປະໂຫຍດຈາກການລົງທືນ.
– ມີສິດເຊົ່າ ແລະ ໂອນຜົນປະໂຫຍດຈາກການເຊົ່າ.
– ໄດ້ຮັບອະນຸຍາດຊື້ສິດນໍາໃຊ້ທີ່ດິນຈາກລັດເພື່ອປຸກສ້າງທີ່ຢູ່ອາໃສ ຫຼື ສະຖານທີ່ດໍາເນີນທຸລະກິດ.
– ໄດ້ຮັບການຊ່ວຍເຫຼືອ ຫຼື ການແນະນໍາຈາກລັດທາງດ້ານວິຊາການ.
– ໄດ້ຮັບການອໍານວຍຄວາມສະດວກຈາກລັດໃນການຜະລິດ ແລະ ດໍາເນີນທຸລະກິດ.
– ຈະໄດ້ຮັບຄວາມສະດວກໃນການເຂົ້າ-ອອກ ພັກເຊົາຂອງຜູ້ລົງທືນ, ຄົນງານລວມທັງຄອບຄົວຂອງ ຜູ້ລົງທືນຕ່າງປະເທດ.
– ຜູ້ລົງທືນສາມາດສົ່ງລາຍໄດ້ ແລະ ທືນຈາກການລົງທືນຂອງຕົນກັບຄືນປະເທດໂດຍຜ່ານທະນາຄານຂອງ ສປປລາວ ພາຍຫຼັງເສຍອາກອນລາຍໄດ້ ແລະ ຄ່າທໍານຽມຕ່າງໆ.
+ ດ້ານນະໂຍບາຍ
– ນັກລົງທືນທີ່ລົງທືນໃນເຂດ I ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນໄລຍະເວລາ 7 ປີ ຫຼັງຈາກນັ້ນຈະເສຍອາ ກອນກໍາໄລໃນອັດຕາ 10%.
– ນັກລົງທືນທີ່ລົງທືນ ໃນເຂດ II ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນເວລາ 5 ປີ ຫຼັງຈາກ ນັ້ນຈະໄດ້ ເສຍອາ ກອນ ກໍາໄລໃນອັດຕາຫຼຸດຜ່ອນເຄິ່ງໜຶ່ງຂອງ 15% ໃນໄລຍະ 3 ປີ ຫຼັງຈາກນັ້ນໄດ້ເສຍອາກອນກໍາໄລເຕັມອັດຕາ 15%.
– ນັກລົງທືນທີ່ລົງທືນ ໃນເຂດ III ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນເວລາ 2 ປີ ຫຼັງຈາກນັ້ນຈະໄດ້ ເສຍອາ ກອນກໍາໄລໃນອັດຕາຫຼຸດຜ່ອນເຄິ່ງໜຶ່ງຂອງ 20% ໃນໄລຍະ 2 ປີ ຫຼັງຈາກນັ້ນໄດ້ເສຍອາ ກອນກໍາໄລເຕັມອັດຕາ20%.
+ ການເຊົ່າ ແລະ ສໍາປະທານທີ່ດິນ
ຄະນະກໍາມະການຄຸ້ມຄອງການລົງທືນຂັ້ນແຂວງສາມາດອະນຸມັດເນື້ອທີ່ດິນໃຫ້ເຊົ່າ ແລະ ສໍາປະທານໃນເນື້ອທີ່ 30-50 ຮຕ ຕໍ່ກິດຈະການສໍາປະທານ.
– ເນື້ອທີ່ດິນປ່າໄມ້ຊຸດໂຊມບໍ່ສາມາດຟື້ນຟູດ້ວຍຕົນເອງ ໄດ້ 150 ຮຕ.
– ດິນປອກໂລ້ນ 500 ຮຕ.
– ຄ່າເຊົ່າ ແລະ ສໍາປະທານ ແມ່ນຂື້ນກັບເຂດ ແລະ ປະເພດຂອງໂຄງການ ແລະ ກິດຈະກໍາ, ຊຶ່ງໄດ້ກໍານົດໄວ້ໃນລັດຖະບັນຍັດເລກທີ່ 02/ປປທ ລົງວັນທີ່ 18 ພະຈິກ 2009 ແລະ ດໍາລັດເລກທີ່ 135/ນຍ ລົງວັນທີ່ 25/5/2009.
+ ການເກັບຄ່າເຊົາ ແລະ ສໍາປະທານ
– ເລີ່ມແຕ່ປີໄດ້ຮັບຜົນຜະລິດ ແລະ ມື້ຮັບການບໍລິການເປັນຕົ້ນໄປ.
– ນັກລົງທືນມີສິດຊື້ທີ່ດິນໄດ້ເພື່ອປຸກຫ້ອງການໃນເຂດສໍາປະທານໄດ້ໃນເນື້ອທີ່ທີ່ຕົນເອງສໍາປະທານໃນ 800 ຕາແມັດ ສາມາດໄປຄໍ້າປະກັນໄດ້ ແລະ ມີອາຍຸຕາມການສໍາປະທານແລ້ວສົ່ງຄືນໃຫ້ລັດ.
– ການຍົກເວັ້ນຄ່າເຊົ່າ ແລະ ສໍາປະທານທີ່ດິນແມ່ນບັນດາໂຄງການທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງ ເສີມການລົງທືນເຊັ່ນ: ສ້າງໂຮງໝໍ, ໂຮງຮຽນ, ສູນຄົ້ນຄວ້າ, ບາງກິດຈະການສາທາລະນະປະໂຫຍດ ເຂດ 1: 15 ປີ, ເຂດ 2: 10ປີ, ເຂດ 3: 3ປີ.
Leave a Reply