ໃນວັນທີ 02 ມິຖຸນາ 2016 ທີ່ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແຂວງບໍລິຄໍາໄຊ ໄດ້ມີພິທີເປີດຫ້ອງຂໍ້ມູນຂ່າວສານທີ່ດິນກະສິກໍາຂຶ້ນຢ່າງ
ເປັນທາງການໂດຍໃຫ້ກຽດ ເປັນປະທານຮ່ວມຂອງ ທ່ານ ສົມສະຫງວນ
ສຸວັນນະລາດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ; ທ່ານ ບັນດິດ ຣາມາງກູນ ຮອງຫົວໜ້າກົມຄຸ້ມຄອງແລະ ພັດທະນາທີ່ດິນກະສິກໍາ ແລະ ທ່ານ ສາເພັດ ສີວິໄລ ຫົວຫ້າໂຄງການ Rights-LINK
ມີຜູ້ເຂົ້າຮ່ວມຄື: ກົມຄຸ້ມຄອງ ແລະ ພັດທະນາ ທີ່ດິນກະສິກໍາ 03 ທ່ານ; ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ02 ທ່ານ; ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 01 ທ່ານ; ພະແນກຍຸດຕິທໍາ 01 ທ່ານ; ຫ້ອງການສະພາເຂດ 02 ທ່ານ; ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ 05 ທ່ານ; ຂະແໜງປູກຝັງ 01 ທ່ານ; ຂະແໜງສົ່ງເສີມ 02 ທ່ານ; ຂະແໜງລ້ຽງສັດ ແລະ ການປະມົງ 01 ທ່ານ; ຂະແໜງຊົນລະປະທານ 02 ທ່ານ; ຂະແໜງຈັດຕັ້ງ ພະແນກກະສິກໍາ ແລະ ປ່າໄມ້ 01 ທ່ານ; ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊັນ 01 ທ່ານ;ຫ້ອງການກວດກາລັດ 01 ທ່ານ; ກອງກວດກາປ່າໄມ້ 01 ທ່ານ; ນັກຂ່າວຈາກສະຖານີໂທລະພາບແຂວງ 01 ທ່ານ; ນັກຂ່າວຈາກສະຖານີວິທະຍຸແຂວງ 01 ທ່ານ; ໂຄງການ Rights-LINK 04 ທ່ານ ລວມທັງໝົດ 30 ທ່ານ ຍິງ 05 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້
1). ເພື່ອຈັດພີທີເປີດຕົວຫ້ອງຂໍ້ມູນທີ່ສ້າງສຳເລັດທີ່ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳແຂວງບໍລິຄໍາໄຊ.
2). ນຳສະເໜີຈຸດປະສົງ, ເປົ້້າໝາຍ, ຄວາມສົນໃຈຂອງຖານຂໍ້ມູນມູນຜ່ານເວບໄຊ້, ຫ້ອງສະໝຸດ Online ແລະ ຫ້ອງສະໝຸດໃຫ້ແກ່ຜູ້ເຂົ້າຮ່ວມເປີດພິທີໄດ້ເປັນທີ່ຮັບຮູ້.
3). ເພື່ອໂຄສະນາເຜີຍແຜ່ຫ້ອງຂໍ້ມູນທີ່ສ້າງໃໝ່ໃຫ້ເປັນທີ່ຮັບຮູ້ ເພື່ອດຶງດູດຜູ້ສົນໃຈຂໍ້ມູນທາງການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ໄດ້ເຂົ້າມານຳໃຊ້ບໍລິການ.
ພິທີເປີດຫ້ອງຂໍ້ມູນຂ່າວສານໄດ້ດໍາເນີນໄປຕາມວະລະ ແລະ ເປັນໄປຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ ຕັ້ງໄວ້
Leave a Reply