ໃນລະຫວ່າງວັນທີ 09 ກຸມພາ ຫາ 13 ມີນາ 2019 ຜ່ານມານີ້,
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ
ແລະ ປ່າໄມ້ ແລະ ກົມທີ່ດິນ ກະຊວງຊັບພະຍາກອນທຳມະ
ຊາດ ແລະ ສີ່ງແວດລ້ອມ ໄດ້ສົມທົບກັນຈັດຝຶກອົບຮົມກ່ຽວ
ກັບຂັ້ນຕອນ ແລະ ວິທີການອອກສຳມະໂນທີ່ດິນກະສິກຳ,
ການອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ
, ການນຳໃຊ້ບັນດາເຄື່ອງມື (ກ້ອງ GNSS RTK X91+)
ເຂົ້າຊ່ວຍໃນການສໍາຫຼວດ ແລະ ວັດແທກຕອນດິນກະສິກໍາ ເພື່ອອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ຢູ່ 4 ແຂວງ
ພາກເໜືອ (ແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ). ບັນດາແຂວງເຫຼົ່ານີ້ ເປັນ
ແຂວງເປົ້າໝາຍຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພິ່ມ ແລະ ໄດ້ລີເລີ່ມການນຳໃຊ້ກ້ອງ
GNSS RTK X91+ ໃຫ້ແກ່ທາງທີມງານຂັ້ນທ້ອງຖີ່ນ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ພະ
ແນກສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊື່ງໄດ້ລົງປະຕິບັດຕົວຈີງຢູ່ທີ່
ຫ້ອງການກະສິກຳເມືອງ.
ຈຸດປະສົງຫຼັກແມ່ນ
1) ເພື່ອໃຫ້ພະນັກງານແຂວງ ແລະ ເມືອງ ສາມາດເຂົ້າໃຈກ່ຽວກັບຂັ້ນຕອນ ແລະ ວິທີການຂຶ້ນສໍາມະໂນທີ່ດິນກະສິກໍາ; ຂັ້ນຕອນ ແລະ
ວິທີການອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ.
- ເພື່ອຖ່າຍທອດໃຫ້ພະນັກງານແຂວງ ແລະ ເມືອງ ໄດ້ຮຽນຮູ້ພື້ນຖານການນໍາໃຊ້ກ້ອງ GNSS RTK X91+
ໃນການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນເປັນພິເສດ ເນື່ອງຈາກວ່າເປັນການເປີດໂອກາດການຮຽນຮູ້ໃນການນຳໃຊ້ອຸປະກອນທີ່
ທັນສະໄໝ (ກ້ອງ GNSS RTK X91+); ການນໍາໃຊ້ໂປຣແກມລາວແລນເລກ (Lao Land Reg) ແລະ ຖ່າຍຖອດໃຫ້ເຂົ້າໃຈເຖີງການ
ຄຸ້ມຄອງທີ່ດິນກະສິກຳໂດຍຂັ້ນຕອນ ແລະ ວິທີການອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ
ພະນັກງານແຂວງ ແລະ ພະນັກງານເມືອງ ໃນ 11 ເມືອງ 4 ແຂວງ ຈໍານວນ 123 ຄົນ ແລະ ເນື້ອທີ່ດິນນາໃນເຂດຊົນລະປະທານ ບ້ານ
ເປົ້າໝາຍຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພິ່ມ ຂອງ 11 ເມືອງ 4 ແຂວງ ຈໍານວນ 11.000 ຕອນດິນ ໄດ້ຮັບການ
ເກັບກໍາຂໍ້ມູນເພື່ອຈະຂຶ້ນສໍາມະໂນທີ່ດິນກະສິກໍາ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ. ຊື່ງມີຂໍ້ມູນທີ່ດິນກະສິກໍາ ຂອງແຕ່ລະຄອບຄົວ
ໃນບ້ານເປົ້າໝາຍຂອງໂຄງການ ໄວ້ໃນລະບົບຖານຂໍ້ມູນ ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີຄະນະກໍາມະການຄຸ້ມຄອງທີ່ດິນກະສິກໍາ
ຂັ້ນບ້ານ ແລະ ມີກົດລະບຽບການຄຸ້ມຄອງທີ່ດິນກະສິກໍາຂັ້ນບ້ານ
ຫຼັງຈາກການຝຶກອົບຮົມສຳເລັດ ພາຍໃນ 4 ແຂວງ ພາກເໜືອ ວຽກງານດັ່ງກ່າວໄດ້ຮັບການປະເມີນຜົນຄືນ ຫຼັງຈາກ ເພື່ອຖອດຖອນ
ບົດຮຽນ ແລະ ປັບປຸງແກ້ໄຂໃຫ້ດີຂຶ້ນໃນປີຕໍ່ໄປ
Leave a Reply