ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2017 ທີ່ຫ້ອງປະຊຸມ
ສູນສຳຫຼວດ ແລະ ວາງແຜນທີ່ດິນກະສິກຳໄດ້ເປີດການ
ຝຶກອົບຮົມໃຫ້ແກ່ທີມງານຂັ້ນແຂວງ, ແລະ ເມືອງເປົ້າ
ໝາຍຂອງໂຄງການຄື: ເມືອງບໍແຕນ, ເມືອງທົ່ງມີໄຊ
ແຂວງໄຊຍະບູລີ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ
ບັນດິດ ຣາມາງກູນ ຮອງຫົວໜ້າກົມຄຸ້ມຄອງ ແລະ
ພັດທະນາທີ່ດິນກະສິກຳ; ກະຊວງກະສິກຳ ແລະ ປ່າໄມ້,
ທ່ານ ຫວິນ ແພງດວງ ຮອງຫົວໜ້າກົມຈັດສັນ ແລະ ພັດທະນາທີ່ດິນ; ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ແລະ ທ່ານ ຈູລຽນ ເດິບິວ ຫົວໜ້າໂຄງການຮ່ວມມື ລາວ – ເຢຍລະມັນ(GIZ)
ໂດຍມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ ລວມທັງຄູຝຶກ ມາຈາກກະຊວງຊັບພະຍາກອນທຳມະຊາດ 6 ທ່ານ ແລະ
ຈາກກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ 6 ທ່ານ ຈາກໂຄງການຮ່ວມມືລາວ – ເຢຍລະມັນ 4 ທ່ານ ຈາກ
ພະແນກກະສິກໍາແຂວງ 1 ທ່ານ ຈາກພະແນກຊັບພະຍາກອນທໍາມະຊາດ 1 ທ່ານ ຫ້ອງການກະສິກໍາ ແລະ ປ່າໄມ້ 2
ເມືອງ ບໍ່ແຕນ ແລະ ທົ່ງມີໄຊ ເມືອງລະ 3 ທ່ານ ລວມ 6 ທ່ານ ແລະ ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ
ສີ່ງແວດລ້ອມເມືອງ ບໍ່ແຕນ, ທົ່ງມີໄຊ ເມືອງລະ 3 ທ່ານ ລວມເປັນ 6 ທ່ານ, ໃນການຝຶກອົບຮົມຄັ້ງນີ້ຈະໃຊ້ເວລາຢູ່ 3
ອາທິດ ຈື່ງຈະສຳເລັດ
ຈຸດປະສົງຫຼັກໃນການຝຶກແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທາງດ້ານວິຊາການນຳໃຊ້ເຄືອງມື ແລະ
ອຸປະກອນທີ່ທັນສະໄຫມເຂົ້າໃນວຽກງານການຈັດສັນ ແລະ ວາງແຜນຄຸ້ມຄອງທີ່ດິນກະສິກຳ ແບບມີສ່ວນຮ່ວມ.
ຜົນໄດ້ຮັບ ທີມງານຂັ້ນແຂວງ, ຂັ້ນເມືອງຈະມີຄວາມຮູ້ຄວາມສາມາດທາງດ້ານວິຊາການ ແລະ
ນຳເອົາບົດຮຽນຕ່າງໆລົງໄປຈັດຕັ້ງປະຕິບັດຢູ່ໃນເມືອງຂອງຕົນ.
Leave a Reply