ໃນຕອນເຊົ້າ, ວັນທີ 26 ມັງກອນ 2017 ເວລາ 8:00 ຫາ 12:00
ໂມງ ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້, ສະຫະພັນແມ່ຍິງ
ຮາກຖານຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ
ໄດ້ເຂົ້າຮ່ວມກອງປະຊຸມ ສະຫລຸບການເຄື່ອນໄຫວວຽກງານ
ຮອບດ້ານ ປະຈຳປີ 2016 ແລະ ວາງທິດທາງແຜນການ ປີ2017
ຂອງສະຫະພັນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້,
ຊື່ງມີຜູ້ເຂົ້າຮ່ວມແມ່ນມາຈາກບັນດາກົມທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້
ລວມທັງຫມົດ ປະມານ 250 ທ່ານ,ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ
ບຸນຂວາງ ຄໍາບຸນເຮືອງ,ລັດຖະມົນຕີກະຊວງກະສິກຳ ແລະ
ປ່າໄມ້,ຄະນະພັກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງບຸນທຽນວົງໄກສອນ,
ປະທານສະຫະພັນແມ່ຍິງກະຊວງກະສິກຳແລະ ປ່າໄມ້
ກອງປະຊຸມໃນມື້ນີ້ແມ່ນມີຈຸດປະສົງຫລັກເພື່ອຮັບຟັງຮ່າງບົດສະຫລຸບການເຄື່ອນໄຫວວຽກງານຮອບດ້ານຂອງສະ
ຫະພັນແມ່ຍິງກະຊວງໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ຫນ້າ, ມອບໃບຍ້ອງຍໍໃຫ້ບຸກຄົນ 3 ດີ
ປະຈຳປີ 2016, ແຕ່ລະຮາກຖານ, ໜ່ວຍຮາກຖານ ຈະໄດ້ຂື້ນຜ່ານເນື້້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2017 ແລະ
ຈັບມືແຂ່ງຂັນ ຈາກນັ້ນໄດ້ຮັບຟັງການໂອ້ລົມຂອງຄະນະພັກ ແລະ ກ່າວຮັບຄຳໂອ້ລົມ ພ້ອມກັນນັ້ນ
ຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ເພີ່ນຍັງຍ້ອງຍໍຜົນງານ ແລະຊົມເຊີຍການປະຕິບັດວຽກງານທີ່ຜ່ານມາ
ຂອງສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ແລະ ໃຫ້ສືບຕໍ່ເອົາໃຈໃສ່ໃນວຽກງານໃຫ້ດີຂື້ນກວ່າເກົ່າ
ນອກຈາກນັ້ນ ທາງສະຫະພັນແມ່ນຍິງຂອງກະຊວງຍັງໄດ້ມີການຈັດຕະຫລາດນັດ ກະສິກຳອິນຊີ
ເປັນຜັກປອດສານຜິດເພື່ອໃຫ້ແຂກທີ່ມາເຂົ້າຮ່ວມກອງປະຊຸມ ໄດ້ທ່ຽວຊົມ
Leave a Reply